🙏🙏🙏🙏ຂໍ້ຄວາມຊ່ວຍເຫຼືອແດ່ເພືອນເຟສທັງຫຼາຍລົດຈັກແມ່ອາເສຍປ້າຍລົດ ດບ 6055 ວັນທີ່ 9/8/2022 ເວລາປະມານ6ໂມງແລງຖ້າຫາກ ໃຜພົບເຫັນບຸກຄົນໃນຄີບນີ້ກະລຸນາແຈ້ງທີ່ເບີ 020 58582595 & 020 28048088 ມີນໍ້າໃຈສົມມາບຸນຄຸນອັນງາມໃຫ້🙏🙏🙏🥹🥹
Read More »ສະພາບພາຍຫຼັງ ນໍ້າໄຫຼພັດເອົາສຳນັກສົງໃຫມ່ໂຊກໄຊ ບ້ານກຸດຮີ ເມືອງທ່າປາງທອງ
ນໍ້າໄຫຼພັດເອົາສຳນັກສົງໃຫມ່ໂຊກໄຊ ບ້ານກຸດຮີ ເມືອງທ່າປາງທອງ ແຂວງສະຫວັນນະເຂດ .. ແມ່ນເສຍຫາຍ 95 % .. ຄວາມເສຍຫາຍປະກອບມີ ສາລາໂຮງທັມກຸດຕິ ເສຍຫາຍກອງເພນ-ຄ້ອງ- ກອງ – ລະຄັງພຣະພຸດທະຮູບ ແລະອື່ນໆ. .. ວັນທີ 10 ສິງຫາ …
Read More »ສະຖານີໄຟຟ້າ 230 ກິໂລໂວນ ປາກມອງ 02 ຕັ້ງຢູ່ເມືອງນໍ້າບາກ ແຂວງຫຼວງພະບາງ ສະໜອງໄຟຟ້າໃຫ້ແກ່ເສັ້ນທາງລົດໄຟໄດ້ແລ້ວ
ສຶກສາຂໍ້ມູນ “ສະຖານີໄຟຟ້າ 230 ກິໂລໂວນ ປາກມອງ 02 ສາມາດສະໜອງໄຟຟ້າ ໃຫ້ແກ່ເສັ້ນທາງລົດໄຟລາວ-ຈີນແລ້ວ”. (1). ສະຖານີໄຟຟ້າ 230 ກິໂລໂວນ ປາກມອງ 02 ຕັ້ງຢູ່ເມືອງນໍ້າບາກ ແຂວງຫຼວງພະບາງ, ສູນກາງເຊື່ອມໂຍງຕາຂ່າຍໄຟຟ້າທາງພາກເໜືອຂອງ ສປປ ລາວ ໄດ້ເປັນພາກສ່ວນໜຶ່ງຂອງການສະໜອງໄຟຟ້າໃຫ້ທາງລົດໄຟລາວ-ຈີນ …
Read More »ເກີດແຜ່ນດິນໄຫວ 3.8 ຣິກເຕີ ຈຸດສູນກາງຢູ່ບ້ານ ງາຍໃຕ້ ເມືອງ ແລະ ແຂວງຜົ້ງສາລີ
ເກີດແຜ່ນດິນໄຫວ 3.8 ຣິກເຕີ ຈຸດສູນກາງຢູ່ບ້ານ ງາຍໃຕ້ ເມືອງ ແລະ ແຂວງຜົ້ງສາລີ ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 10 ສິງຫາ 2022, ເວລາ 03:29 ໂມງ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານ ການເກີດແຜ່ນດິນໄຫວພາຍ ໃນປະເທດລາວ …
Read More »ເປັນຄວາມໂຊກດີທີ່ສຸດຂອງໂຮງໝໍແຂວງຈຳປາສັກ,ທີ່ໄດ້ຮັບຄວາມອະນຸເຄາະຈາກພຣະອາຈານ
ເປັນຄວາມໂຊກດີທີ່ສຸດຂອງໂຮງໝໍແຂວງຈຳປາສັກ,ທີ່ໄດ້ຮັບຄວາມອະນຸເຄາະຈາກພຣະອາຈານປຣະດີດາສັນທະກະໂຣ(ຫລວງພໍ່ທູຍ)ວັດປ່າດ່ານວິເວກ, ອໍາເພີໂສພິໄຊ,ຈັງຫັວດບືງການ,ປະເທດໄທ,ໄດ້ຈັດຊື້ເຄື່ອງມືອຸປະກອນການແພດມອບໃຫ້ແກ່ໂຮງໝໍແຂວງຂອງພວກເຮົາເຊັ່ນ: ເຄື່ອງຈັກຟອກເລືອດ(ໄຂ່ຫັລງທຽມ)06ເຄື່ອງ,ໂຕະຜ່າຕັດ02ໜ່ວຍ,ເຄື່ອງມືຜ່າຕັດກະດູກ01ຊຸດ,ຕຽງນອນຄົນເຈັບ50ໜ່ວຍແລະອຸປະກອນອື່ນໆອີກ…. ມູນຄ່າທັງໝົດ12ລ້ານກວ່າບາດ,ເຊີ່ງພິທີມອບ-ຮັບໄດ້ຈັດຂື້ນທີ່ດ່ານສາກົນຊ່ອງເມັກຊາຍແດນລາວໄທໃນຕອນເຊົ້າຂອງວັນທີ9/8/2022. ໂດຍມີພຣະສົງແລະຄລະວາດທັງສອງຝ່າຍເຂົ້າຮ່ວມ.
Read More »ໄດ້ຮັບການສ້ອມແປງແລ້ວ ທາງເປັນຂຸມເລິກ ຢູ່ສີ່ແຍກຫໍປະຊຸມແຫ່ງຊາດ ແລ້ວ
ໄດ້ຮັບການສ້ອມແປງແລ້ວ ທາງເປັນຂຸມເລິກ ຢູ່ສີ່ແຍກຫໍປະຊຸມແຫ່ງຊາດຫລັກ6 ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ພາຍຫລັງເພຈຂ່າວໜັງສືພິມລາວພັດທະນາໄດ້ໂພສເຕືອນອຸບັດເຫດຕໍ່ນັກຂັບຂີ່ໃນວັນວັນທີ 6 ສິງຫາ 2022ຜ່ານມາ, ມາເຖິງວັນທີ 9 ສິງຫາ ພົບວ່າທາງເປ່ເພຈຸດດັ່ງກ່າວໄດ້ຮັບການສ້ອມແປງ. ຂໍຊົມເຊີຍພາກສ່ວນກ່ຽວຂ້ອງທີ່ເຫັນຄວາມສຳຄັນຕໍ່ຄວາມປອດໄພຂອງຜູ້ໃຊ້ລົດໃຊ້ຖະໜົນ ແລະ ເພື່ອຄວາມເປັນລະບຽບຮຽບຮ້ອຍການສັນຈອນ ເຖິງຢ່າງໃດກໍຕາມນັກຂັບຂີ່ບໍ່ຄວນປະໝາດຂາດສະຕິ ຄວນຖືເອົາກົດຈະລາຈອນເປັນທີ່ຕັ້ງ ເມື່ອເຖິງສີ່ແຍກຄວນຜ່ອນຄວາມໄວ ເພື່ອໃຫ້ເຖິງສິດຕົນເອງຈຶ່ງຄ່ອຍໄປ. …
Read More »ພົບຊາຍນິລະນາມ ເສຍຊີວິດໄຫລນ້ຳມາຄ້າງຢູ່ທ່າບ້ານ ເມືອງຂາຍ ນະຄອນ-ຫລວງພະບາງ
ພົບຊາຍນິລະນາມ ເສຍຊີວີດໄຫລນໍ້າ ໃນວັນທີ 9 ສິງຫາ 2022 ເວລາ 16:00 ໂມງ ປະຊາຊົນ ໄດ້ພົບຊາຍນິລະນາມ ເສຍຊີວິດໄຫລນ້ຳມາຄ້າງຢູ່ທ່າບ້ານ ເມືອງຂາຍ ນະຄອນ-ຫລວງພະບາງ ປັດຈຸບັນແມ່ນບໍ່ຮູ້ຊື່ແລະ ປະຫວັດຂອງຄົນເສຍຊີວິດ ດັ່ງນັ້ນ, ທີມງານຫນ່ວຍກູ້ຊີບອົງການກາແດງລາວໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງຫມໍແຂວງຫລວງພະບາງ. ປະກາດເຖິງຍາດພີ່ນ້ອງຂອງຜູ້ເສຍຊີວິດເມື່ອຊາບຂ່າວນີ້ໃຫ້ມາພົວພັນເອົາສົບຜູ້ເສຍຊີວິດເພື່ອໄປເຮັດຕາມພິທີຕາມສາສະຫນາ.
Read More »ປ້າຍລົດໃຜເສຍ ເອົາເອກກະສານມາຢັ້ງຢືນເອົາ ກັນມິດຊາຊີບ
ສຸວັນນີ ສີໄຄ ມີຄຳຕອບ. ( ປ້າຍໃຜເສຍ ເອົາເອກກະສານມາຢັ້ງຢືນເອົາ ກັນມິດຊາຊີບ ) ນ້ຳທີ່ກິນບໍ່ມີໝົດ..ກໍຄືນ້ຳໃຈ. … ພາຍຫລັງນໍ້າບົກແຫ້ງທາງສີໄຄ-ທົ່ງປົ່ງ ນະຄອນຫລວງວຽງຈັນ ພົບປ້າຍລົດຕົກເຫ່ຍຈຳນວນຫລາຍ. ຕິດຕໍ່ເຟສ: Binlar Panyakham
Read More »ປະກາດຫາຄູ່ກໍລະນີທີ່ຕໍາແລ້ວໜີຕ
ຂໍປະກາດຫາເຈົ້າຂອງລົດຄູ່ກໍລະນີ້ ລົດຕຳກັນຢູ່ເຂດ 3 ແຍກໂນນວາຍແນ່, ໃຫ້ມາພົວພັນຫາ ເຊິ່ງຄົນທີ່ຜູ້ຖືກຕຳໄດ້ເສຍຊີວິດຄາທີ່. ສວນຄູ່ກໍລະນີໄດ້ເອົາໂຕຫລົບໜີ. ເລກທະບຽນລົດຜູກໍລະນີ ກໍາແພງນະຄອນ ຈຫ 6875 ຢາກໃຫ້ມາພົວພັນ ກຽວກັບກຳລະສີອຸບັດຕິເຫດທີເຫດ ຂຶ້ນ 7.8.2022 ເວລາ 23:35. ໃຫ້ຕິດຕໍພົວພັນໄດ້ ທີເບີ 02057796633 …
Read More »ແຈ້ງເຕືອນໄພ ລະດັບນ້ໍາເຊກອງ ເເຕ່ວັນທີ 8-11 ສິງຫາ 2022
ລາຍລະອຽດຂອງແຈ້ງການ: ໃນລະຫວ່າງຄໍ່າຄືນຂອງວັນທີ 8-11 ສິງຫາ 2022 ລະດັບນ້ໍາເຊກອງຈະມີປະລິມານເພີ່ມຈາກລະດັບ ປົກະຕິຢ່າງກະທັນຫັນ, ເນື່ອງຈາກວ່າ ທາງບໍລິສັດ ຫຸ້ນສ່ວນເຂື່ອນໄຟຟ້ານ້ໍາຕົກພາກກາງ(ອາເລື້ອຍ) ປະເທດ ສ.ສ ຫວຽດນາມ ຈະໄດ້ປ່ອຍນ້ໍາອອກຈາກອ່າງເກັບນ້ໍາຂອງເຂື່ອນໄຟຟ້າໃນບໍລິມາດ 100-500 ແມັດກ້ອນຕໍ່ວິນາທີ, ລະດັບນໍ້າເຊກອງເວລາ: 07:00 ໂມງ ຂອງວັນທີ …
Read More »