ຍາດຕິພີ້ນ້ອງຝ່າຍເຈົ້າສາວທຸກຄົນຢືນຢັນວ່າ​ບໍ່ຮູ້ເລື່ອງເຈົ້າບ່າວມີຄອບຄົວ

ໃນກໍລະນີທີ່ເມຍຫຼວງໄດ້ບຸກເຂົ້າໄປໃນງານດອງຂອງຜົວທີ່​ເປັນ​ຕຳຫຼວດ​ໄດ້ແຕ່ງງານກັບຜູ້ຍິງຄົນໃໝ່ ຢ່າງລັບໆ, ເຫດການເກີດຂື້ນທີ່ອຳເພີເມືອງ ແຂວງຊາຍນາກ ປະເທດ​ໄທ​ ເຊິ່ງເມຍຫຼວງ​ໄດ້ໄປງານແຕ່ງດອງກັບແມ່ຂອງຜົວ ພ້ອມກັບການໄລ໌ສົດ ແລະ ສະແດງໃບຢັ້ງຢືນການແຕ່ງງານ ແລະ ຍ່າງເຂົ້າໄປໃນງານດອງ ໃນຂະນະທີ່ຜົວ ແລະ ເມຍນ້ອຍກຳລັງຖ່າຍຮູບ ແລະ ຫົດນຳ້ສັງ​ຂັນ​ຢູ່ຕໍ່ໜ້າເຮືອນ.

ທີ່ເຮືອນເຈົ້າສາວໃໝ່, ເຊິ່ງ​ໄດ້​ເຮັດໃຫ້​ຍາດພີ່ນ້ອງງົງໄປໝົດເລີຍຍາດຄົນໜຶ່ງໄດ້ຍ່າງໄປຫາທີມງານຂ່າວຊ່ອງ One ແລະ ໄດ້​ກ່າວວ່າ​ຄອບຄົວ​ຕົກຢູ່ໃນຄວາມກົດດັນຫຼາຍ ແລະ ເສຍໃຈກັບເລື່ອງທີ່ເກີດຂື້ນ​ຫຼາຍ.

ແລະ ໄດ້ຢັ້ງຢືນວ່າເຈົ້າສາວແລະຍາດພີ່ນ້ອງຂອງເຈົ້າສາວທຸກຄົນ ບໍ່ຮູ້ວ່າເຈົ້າບ່າວມີຄອບຄົວ ດຽວນີ້ຍາດພີ່ນ້ອງ ກຳລັງປຶກສາຫາລືກັນເພື່ອຫາທາງແກ້ໄຂບັນຫານີ້. ພ້ອມທັງກ່າວຢໍ້າອີກວ່າບາງບັນຫາກ່ຽວກັບ​ຝ່າຍ​ເມຍຫຼວງ​ທີ່ເວົ້າອອກມາອາດຈະບໍ່ແມ່ນຄວາມຈິງ. ແລະຄົນໃນໂຊຊິວອາດເຂົ້າໃຈຜິດ ຖ້າເຈົ້າສາວພ້ອມເມື່ອໃດແລ້ວກໍ່ຈະອອກມາອະທິບາຍ​ອີກ.

Check Also

ອັດຕະປືເຮັດແທ້

ແຂວງອັດຕະປື ພົບພະນັກງານພົວພັນສໍ້ລາດບັງຫລວງ 14 ຄົນ ມູນຄ່າເສຍຫາຍ 2,5 ຕື້ກວ່າກີບ ແລະ ພະນັກງານລັດພົວພັນກັບການຂຸດຄົ້ນບໍ່ແຮ່ບໍ່ຖືກຕ້ອງ 33 ຄົນ ທ່ານ ມີໄຊ ສີສະແຫວງສຸກ ຮອງປະທານກວດກາພັກ …

Leave a Reply

Your email address will not be published. Required fields are marked *