ທ່ານຮອງນາຍົກ ຢ້ຽມຢາມນາຍຕໍາຫຼວດທີ່ໄດ້ຮັບບາດເຈັບໃນຂະນະປະຕິບັດໜ້າທີ່

ທ່ານຮອງນາຍົກ ຢ້ຽມຢາມນາຍຕໍາຫຼວດທີ່ໄດ້ຮັບບາດເຈັບໃນຂະນະປະຕິບັດໜ້າທີ່ໄລ່ຈັບຄົນຮ້າຍ ຢູ່ເມືອງນານ

ວັນທີ 8 ກຸມພາ 2023 ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ພ້ອມຄະນະລົງຢ້ຽມຢາມນາຍຕໍາຫຼວດທີ່ໄດ້ຮັບບາດເຈັບໃນຂະນະປະຕິບັດໜ້າທີ່ວິຊາສະເພາະ

ເຊິ່ງເຫດການດັ່ງກ່າວເກີດຂຶ້ນໃນວັນທີ 6 ກຸມພາ 2023 ມີຄົນຮ້າຍ 1 ຄົນ ພ້ອມປືນ AK 1 ກະບອກ ມີລູກປືນຄົບຊຸດ, ຜູ້ກໍ່ເຫດໄດ້ນາບຂູ່ເຈົ້າໜ້າທີ່ ທີ່ເຮັດໜ້າທີ່ປ້ອງກັນເວນຍາມຢູ່ທະນາຄານແຫ່ງໜຶ່ງ ເມືອງນານ ແຂວງຫຼວງພະບາງ.

ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ປະສານຫາກອງບັນຊາການ ປກສ ເມືອງ ເພື່ອສະກັດຜູ້ກໍ່ເຫດ ແລະ ໄດ້ຕໍ່ສູ້ກັນກັບເຈົ້າໜ້າທີ່ ເຮັດໃຫ້ເຈົ້າໜ້າທີ່ໄດ້ຮັບບາດເຈັບ 2 ສະຫາຍຄື: ສະຫາຍ ຮທ ພົມມະລາ ວິມະຈິດຕະພົງ ແລະ ສະຫາຍ ຮຕ ສົມໄຈ ແກ້ວມະນີຄະ. ສ່ວນຜູ້ກໍ່ເຫດແມ່ນຖືກວິສາມັນ.

ພັທ ດຣ ປານ ພິລາວົງ ຮອງຜູ້ອໍານວຍການໂຮງໝໍສູນກາງ 103 ກອງທັບ ໄດ້ລາຍງານໃຫ້ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ຮັບຊາບວ່າ:

ປັດຈຸບັນຄະນະແພດໝໍທີ່ຮັບຜິດຊອບການປິ່ນປົວໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາເຂົ້າໃນການປິ່ນປົວຄົນເຈັບດ້ວຍຄວາມຮັບຜິດຊອບສູງ ເຊິ່ງມາຮອດປັດຈຸບັນຄົນເຈັບແມ່ນມີອາການດີຂຶ້ນຕາມລໍາດັບ.

ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ໃຫ້ກຳລັງໃຈຕໍ່ຄອບຄົວ ກໍຄືນາຍຕໍາຫຼວດທີ່ໄດ້ຮັບບາດເຈັບໃນຂະນະປະຕິບັດໜ້າທີ່ວິຊາສະເພາະ ພ້ອມທັງມອບເງິນໃຫ້ສະຫາຍ ຮທ ພົມມະລາ ວິມະຈິດຕະພົງ 30,000,000 ກີບ ແລະ ສະຫາຍ ຮຕ ສົມໄຈ ແກ້ວມະນີຄະ 20,000,000 ກີບ

ເພື່ອຊ່ວຍເຫຼືອໃນການປິ່ນປົວສຸຂະພາບໃນເບື້ອງຕົ້ນ ແລະ ຮຽກຮ້ອງໃຫ້ແພດໝໍຈົ່ງເອົາໃຈໃສ່ຕິດຕາມ, ປິ່ນປົວຄົນເຈັບໃຫ້ຫາຍດີໂດຍໄວ.

ນອກຈາກນີ້, ກະຊວງປ້ອງກັນຄວາມສະຫງົບ ຍັງຈະສືບຕໍ່ຄົ້ນຄວ້າປະຕິບັດນະໂຍບາຍດ້ານອື່ນໆຢ່າງເໝາະສົມ.

ພາບ-ຂ່າວ: ຈັນດີ

Check Also

ອັດຕະປືເຮັດແທ້

ແຂວງອັດຕະປື ພົບພະນັກງານພົວພັນສໍ້ລາດບັງຫລວງ 14 ຄົນ ມູນຄ່າເສຍຫາຍ 2,5 ຕື້ກວ່າກີບ ແລະ ພະນັກງານລັດພົວພັນກັບການຂຸດຄົ້ນບໍ່ແຮ່ບໍ່ຖືກຕ້ອງ 33 ຄົນ ທ່ານ ມີໄຊ ສີສະແຫວງສຸກ ຮອງປະທານກວດກາພັກ …

Leave a Reply

Your email address will not be published. Required fields are marked *