ລົດວີໂກ້ ຕຳລົດໄຖ່ຂົນເຂົ້າເປືອກ ມຸ່ນອຸ້ຍປຸ້ຍ
ເວລາປະມານ 13 ໂມງຂອງວັນທີ 27/11/2022 ລົດກະບະວີໂກ້ ຂັບມາດ້ວຍຄວາມໄວ ໄດ້ຕຳເອົາລົດໄຖ ທີ່ຂົນເຂົ້າມາເຕັມມ໋ອກລົດ

ເພື່ອຈະນຳໄປຂາຍ ເຮັດໃຫ້ລົດໄຖ ແລະ ເຂົ້າແຕກຊະເຕັມທາງ ແລະ ລົດວີໂກ້ກໍ່ໄດ້ປີ້ນ ເສຍຫາຍໜັກ ຜູ້ຂັບໄດ້ຮັບບາດເຈັບ

ເຫດເກີດທີ່ ບ້ານເຄືອເຂົາກາດ ເມືອງໄຊບູລີ ແຂວງສະຫວັນນະເຂດ

ຂໍໃຫ້ປອດໄພເດີ້

…..
