ເຈົ້າໜ້າທີລາວ ຈະຊີ້ແຈງແນວໃດ ! ດ່ານລາວຜ່ານໄດ້ ແຕ່ດ່ານໄທຈັບໄດ້
ຈາກກໍລະນີທີ່ເຈົ້າໜ້າທີ່ດ່ານສາກົນໜອງຄາຍ ປະເທດໄທ ຢຶດຢາເສບຕິດ ປະເພດຢາບ້າເກືອບ 4 ລ້ານເມັດ, ຢາອີ 5.000 ເມັດ ແລະ ຢາໄອສ໌ 10 ກິໂລກຣາມ
ທີ່ຊຸກເຊື່ອງໃນລົດບັນທຸກນໍ້າມັນເຊື້ອໄຟຜ່ານດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ວັນທີ 23 ພະຈິກ 2022 ຜ່ານມາ ຊຶ່ງຜູ້ຖືກຈັບສາລະພາບຕໍ່ເຈົ້າໜ້າທີ່ໄທວ່າ: “ໄດ້
ຮັບເງິນຈ້າງ 5 ໝື່ນບາດຈາກຍິງສາວຄົນໜຶ່ງຢູ່ລາວທີ່ຮູ້ຈັກກັນ ແລະ ໄດ້ເຮັດມາຫລາຍຄັ້ງແລ້ວ”ນັ້ນ, ມີຫລາຍປະເດັນທີສັງຄົມສົນໃຈ.
ປະເດັນທໍາອິດ ຈາກກໍລະນີທີ່ຜູ້ຖືກຈັບໄດ້ກ່າວເຖິງຍິງສາວຊາວລາວຖືກນໍາມາເປັນຂໍ້ສົງໄສ ແລະ ຊີ້ເປົ້າໄປຫາ CEO ຜະລິດຕະພັນເສີມຄວາມງາມຄົນໜຶ່ງ ເຊິ່ງຫລ້າສຸດນີ້ ຜູ້ໃຊ້
ເຟສບຸກ ຊື່ ໄໝພອນ ສີພູທອນ ໄດ້ມາຖ່າຍທອດສົດໃນເຟສສ່ວນຕົວ ແລະ ຢືນຢັນວ່າ: ຕົນປອດໄພ, ມີບໍລິສຸດ, ບໍ່ມີສ່ວນກ່ຽວຂ້ອງໃດໆກັບຢາເສບຕິດທີ່ພວມເປັນກະແສ, ເງິນທີ່ມີກໍແມ່ນເງິນທີ່ໄດ້ມາຈາກການຄ້າຂາຍອອນລາຍ ແລະ ເຮັດທຸລະກິດຫລາຍຢ່າງ.
ເຈົ້າໜ້າທີ່ກ່ຽວຂ້ອງອອກມາຊີ້ແຈງ ຫລື ຖະແຫລງຂ່າວຕໍ່ສັງຄົມ ບໍ່ຢາກໃຫ້ສັງຄົມຕັດສິນກັນເອງ ຢາກໃຫ້ເຊື່ອໝັ້ນໃນກົດລະບຽບກົດໝາຍ ເເລະ ໃຫ້ເຈົ້າໜ້າເພິ່ນກວດກາ
ປະເດັນທີສອງ, ສັງຄົມກໍສົງໄສວ່າແລ້ວບໍລິສັດຂົນສົ່ງ ແລະ ຄູ່ຮ່ວມຄ້ານໍ້າມັນເຊື້ອໄຟ ມີສ່ວນກ່ຽວຂ້ອງຫລື ແນວໃດ ເຊິ່ງຫລ້າສຸດ ເຈົ້າຂອງບໍລິສັດຂົນສົ່ງນໍ້າມັນທີ່ຄົນຂັບລົດ
ໃຊ້ເປັນພາຫະນະຂົນສົ່ງຢາ ກໍອອກມາຊີ້ແຈງຢືນຢັນ ແລະ ປະຕິເສດ ຜ່ານເພຈຂ່າວ ຈັງຫວັດໜອງຄາຍ ວ່າບໍ່ໄດ້ກ່ຽວຂ້ອງໃດໆກັບການຂົນສົ່ງຢາເສບຕິດ ພ້ອມຈະຮ່ວມມືກັບເຈົ້າໜ້າທີ່ສຸດກົກສຸດປາຍໃນການດຳເນີນຄະດີ.
ປະເດັນທີສາມ ສັງຄົມເລັງໄປເຖິງຂະບວນການຢູ່ເບື້ອງຫລັງການຂົນສົ່ງຢາເສບຕິດຄັ້ງນີ້ ຊຶ່ງມີບາງຂໍ້ສັງເກດທີ່ເຮັດໃຫ້ສັງຄົມສົນໃຈ ຄື1. ກໍລະນີຄົນຂັບລົດບອກວ່າຕົນເອງໄດ້ເຮັດຜ່ານມາແລ້ວຫລາຍຄັ້ງ ແລະ 2. ຂົນສົ່ງຜ່ານດ່ານສາກົນ ຂົວມິດຕະພາບລາວ-ໄທ ເປັນເສັ້ນທາງການຂົນສົ່ງ ຊຶ່ງມັນຜິດແປກກັບຂະບວນການຄ້າຢາເສບຕິດທົ່ວໄປ.
ດັ່ງນັ້ນ, ຈຶ່ງເປັນສິ່ງທີ່ຕົກຕະລຶງກັນທຸກຖ້ວນໜ້າທີ່ໄດ້ເຫັນຂ່າວ ພ້ອມຕັ້ງໂຈດຂຶ້ນວ່າ ກໍລະນີຄ້າຢາເສບຕິດລາຍໃຫຍ່ຂະໜາດນີ້ສາມາດຫລຸດລອດອອກໄປໄດ້ແນວໃດ? ແລະ ສາມາດຜ່ານດ່ານຝັ່ງລາວໄປໄດ້ແນວໃດ?.
ກໍລະນີສຸດທ້າຍນີ້ ຖືວ່າເປັນສິ່ງທີ່ສັງຄົມຄາໃຈເປັນທີ່ສຸດ ແລະ ເປັນສິ່ງທ້າທາຍຕໍ່ເຈົ້າໜ້າທີ່ທີ່ສຸດ ເພາະ ວ່າ ການມີຢາເສບຕິດຊຸກເຊື່ອງໃນລົດຂ້າມດ່ານສາກົນແບບສະບາຍ ບໍ່
ສາມາດກວດຈັບໄດ້ນັ້ນຍ້ອນຫຍັງກັນແທ້? ເປັນນຳລະບົບກວດຜ່ານ, ເປັນນຳຄົນກວດຜ່ານ ຫລື ມີການຮູ້ເຫັນເປັນໃຈ?
ປະເດັນນີ້ຖືວ່າຍັງເປັນໂຈດທີ່ເຈົ້າໜ້າທີ່ກ່ຽວຂ້ອງຕ້ອງໄດ້ເຮັດວຽກໜັກເພື່ອຊີ້ແຈງຕໍ່ສັງຄົມຕໍ່ໄປ ແລະ ຈະມີມາດຕະການເຂັ້ມງວດແນວໃດຕໍ່ໄປໃນອະນາຄົດ ເພື່ອບໍ່ໃຫ້ເກີດບັນຫານີ້ຂຶ້ນອີກ.
ແນວໃດກໍດີ, ປະຊາຊົນ ຍັງເຊື່ອໝັ້ນຕໍ່ການເຮັດວຽກຂອງເຈົ້າໜ້າທີ່ກ່ຽວຂ້ອງທີ່ຮັບຜິດຊອບຕ້ານ ແລະ ປາບປາມຢາເສບຕິດ ແລະ ປະຕິບັດໜ້າທີ່ຢ່າງຈິງຈັງຈິງໃຈ ຄືດັ່ງພົນເອກ ວິໄລ
ຫລ້າຄຳຟອງ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ກ່າວຢໍ້າມາໂດຍຕະຫລອດເລື່ອງການປາບປາມຢາເສບຕິດ, ປາບປາມຂະບວນການທຸຈະລິດ

ຕ່າງໆໃນກອງກຳລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນກໍໄດ້ຝາກຄວາມຫວັງໄວ້ເຈົ້າໜ້າທີ່ທຸກພາກສ່ວນ ແລະ ຫວັງວ່າຄວາມຫວັງອັນບໍລິສຸດຂອງປະຊາຊົນນັ້ນຈະສົມຫວັງ ເພື່ອຍົກສູງບົດບາດຂອງເຈົ້າໜ້າທີ່ຕະຫລອດໄປ.