ຕັດສິນປະຫານຊີວິດ 2 ຈໍາເລີຍ ຄ້າຂາຍຢາເສບຕິດ
ໃນວັນທີ 18 ພະຈິກ 2022 ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ຕັດສິນປະຫານຊີວິດ ຈໍາເລີຍ 2 ຄົນ ຊື່ ທ້າວ ປໍຈົວ ອາຍຸ 31 ປີ ແລະ ທ້າວ ຊົວເຈີລີ ອາຍຸ 59 ປີ
ຢູ່ບ້ານພູສະຫວັນ ເມືອງໄຊ ແຂວງອຸດົມໄຊ ສະຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດ ປະເພດຢາບ້າໄວ້ໃນຄອບຄອງ ພ້ອມທັງຮິບຊັບທີ່ມີສ່ວນພົວພັນກັບຢາເສບຕິດເຂົ້າເປັນຂອງລັດ.

ໃນວັນດຽວກັນນີ້້ ຍັງໄດ້ລົງໂທດຕັດອິດສະລະພາບ ທ້າວ ຊົວເຈີ ລີ ອາຍຸ 59 ປີ ບ້ານ ພູສະຫວັນ ເມືອງໄຊ ຈໍາຄຸກ 5 ປີ ປັບໃໝ 10.000.000 ກີບ ແລະ ທ້າວ ກົງລີ ອາຍຸ 19 ປີ
ຄົນບ້ານດຽວກັນ ຈໍາຄຸກ 2 ປີ ປັບໃໝ 10.000.000 ກີບ ສະຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດ ປະເພດຢາບ້າ ໄວ້ໃນຄອບຄອງ.

….
