ອັດຕາເງິນເຟີ້ ສປປ ລາວ ສູງທີ່ສຸດໃນຮອບ 22 ປີ

ອັດຕາເງິນເຟີ້ ສປປ ລາວ ເດືອນ ກໍລະກົດ ຢູ່ທີ່ 25.6% ຍັງຢູ່ໃນລະດັບທີ່ສູງຢ່າງຕໍ່ເນື່ອງ ແລະ ເປັນອັດຕາເງິນເຟີ້ສູງສຸດໃນຮອບ 22 ປີ 🇱🇦

ສະພາບອັດຕາເງິນເຟີ້ ອັດຕາເງິນເຟີ້ລວມ ເດືອນກໍລະກົດ 2022 ທຽບ ປີຕໍ່ປີ ຫຼືທຽບກັບເດືອນດຽວກັນຂອງປີຜ່ານມາ ສູງຂຶ້ນ 25,6% (ເດືອນມີຖຸນາ 2022 ແມ່ນ 23,6)

ເນື່ອງຈາກການເພີ່ມສູງຂຶ້ນຂອງດັດຊະນີ ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ ແມ່ນເຫຼົ້າ 21,6 ໂດຍມາຈາກການເພີ່ມສູງຂຶ້ນຂອງລາຄາເຂົ້າສານ, ຊີ້ນປະເພດຕ່າງໆ ໂດຍສະເພາະແມ່ນຊີ້ນໝູ, ນໍ້າ ມັນພືດ ເປັນຕົ້ນ, ໝວດຮັກສາສຸຂະພາບ ແລະ ຢາ ໄດ້ປັບໂຕສູງຂຶ້ນ 37,0%, ເໝວດຄົມມະນາຄົມ ແລະຂົນສົ່ງ ເພີ່ມຂຶ້ນ 53,2% ໂດຍລາຄານໍ້າມັນເຊື້ອໄຟທີ່ຍັງຄົງລາຄາທີ່ສູງ, ປະເພດຍານພາຫະນະ ແລະອາໄຫລ່ລົດຍົນທີ່ລາຄາ ເພີ່ມສູງຂຶ້ນ.

ສິນຄ້າອຸປະໂພກ-ບໍລິໂພກ ປະເພດອາຫານສໍາເລັດຮູບ ແລະທາດແປ້ງ, ເຄື່ອງປຸງແຕ່ງອາຫານ, ເຄື່ອງດື່ມ ບໍ່ແມ່ນເຫຼົ້າ, ເຫຼົ້າ ແລະຢາສູບ, ເຄື່ອງນຸ່ງ ແລະເກີບ, ເຄື່ອງກໍ່ສ້າງ ແລະອຸປະກອນສ້ອມແປງເຮືອນ, ເຄື່ອງໃຊ້ໃນເຮືອນ , ຮັກສາສຸຂະພາບ ແລະ ຢາ, ລົດ ແລະເຄື່ອງອາໄຫຼ່ລົດ, ບໍລິການໂດຍສານ, ການສຶກສາ,

ບັນເທິງພັກຜ່ອນ ແລະ ເຄື່ອງໃຊ້ສ່ວນຕົວ ໂດຍສະເລ່ຍ ສູງຂຶ້ນ 26,4% ແລະປະເພດສິນຄ້າອາຫານສົດ, ພະລັງງານ ເພີ່ມສູງຂຶ້ນ 24,6%.

ປັດໄຈ ແລະ ສາເຫດຂອງອັດຕາເງິນເຟີ້ ເດືອນກໍລະກົດ 2022 ເພີ່ມສູງຂຶ້ນແມ່ນມາຈາກປັດໄຈ ດັ່ງນີ້:

ສາເຫດຕົ້ນຕໍຂອງການເພີ່ມຂຶ້ນຂອງລາຄາແມ່ນມາຈາກ,ໜຶ່ງການອ່ອນຄ່າຂອງເງິນກີບທຽບໃສ່ເງິນຕາ ຕ່າງປະເທດຍັງສືບຕໍ່ເໜັງຕີງມາຮອດປະຈຸບັນ ສົ່ງຜົນໃຫ້ລາຄາສິນຄ້າປະເພດນໍາເຂົ້າຖີບໂຕສູງຂຶ້ນ, ສອງ ລາຄານໍ້າມັນເຊື່ອໄຟ ແມ່ນຍັງມີການເໜັງຕີງເພີ່ມສູງຂຶ້ນ

ເຖິງແມ່ນວ່າຈະເພີ່ມຂຶ້ນຕໍ່າກວ່າເດືອນຜ່ານມາ ແຕ່ກໍ່ ຍັງກະທົບໃສ່ຄ່າຄອງຊີບເພີ່ມຂຶ້ນສູງ ແລະ ເຮັດໃຫ້ໝວດສິນຄ້າອື່ນໆເພີ່ມຂຶ້ນຍ້ອນຕົ້ນທຶນການຜະລິດສິນຄ້າ ແລະ ບໍລິການ;

ນອກຈາກນັ້ນ, ຍັງແມ່ນສາເຫດຂອງລະດູການ ເຊິ່ງໃນເດືອນກໍລະກົດເປັນໄລຍະລະດູຝົນເຮັດໃຫ້ຜົນຜະລິດ ກະສິກໍາ, ພືດຜັກສະໜອງບໍ່ພຽງພໍ ເປັນປັດໃຈໜຶ່ງໃຫ້ລາຄາໝວດສະບຽງອາຫານເໜັງຕີງໃນເດືອນນັ້ນ,

ການເພີ່ມຂຶ້ນລາຄານໍ້າມັນ ແລະ ການອ່ອນຄ່າຂອງເງິນກີບ ຍັງເປັນປັດໃຈກະທົບທາງອ້ອມໃຫ້ສິນຄ້າ ປະເພດອື່ນໆ (ລວມທັງສິນຄ້າບໍ່ໄດ້ນຳເຂົ້າ) ເພີ່ມສູງຂຶ້ນ; ໂດຍລວມແລ້ວຜົນກະທົບທາງອ້ອມຈະສົ່ງຜົນໃນ ສິນຄ້າປະເພດອື່ນໆເໜັງຕີງໃນໄລຍະຍາວ 2-3 ເດືອນ.

ທີ່ມາ: ສູນສະຖິຕິແຫ່ງຊາດ

Check Also

ເກືອບໄປແລ້ວ

ເກືອບເຜົາຜູ້ໂດຍສານທັງເປັນ. ວັນທີ 20 ເມສາ 2023 ລົດເມໂດຍສານຈາກນະຄອນຫລວງວຽງຈັນ-ປາກເຊ ໄດ້ບັນທຸກຜູ້ໂດຍສານຢ່າງຫນາແຫນ້ນ ໃສ່ຕັ່ງເສີມ ເຊິ່ງໄດ້ແລ່ນອອກຈາກຄີວ…ພໍມາຮອດໄລຍະຫນຶ່ງເຮັດໃຫ້ຜູ້ໂດຍສານໃນລົດໄດ້ຮັບກິ່ນຄວັນຄ້າຍຄືໄຟໄຫມ້.. ຈິ່ງຮ້ອງບອກໃຫ້ຈອດ ພໍເຊັກເບີ່ງແມ່ນໄຟຊ໋ອດສາຍໄຟ ເກືອຍເຜົາໂດຍສານທັງເປັນ. ….. ຊົມຄຼິບ https://fb.watch/k0vbmmAz3Q/

Leave a Reply

Your email address will not be published. Required fields are marked *