ບໍ່ແມ່ນລີງ ແຕ່ແມ່ນ ເຫງັນ !ໃນວັນທີ 2 ມີນາ 2022 ປະຊາຊົນບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ມອບເຫງັນຫາງຂໍ ( ເຫງັນອົ້ມ ) ຈໍານວນ 2 ໂຕ ນໍ້າໜັກ 30 ກິໂລກຼາມ, ໃຫ້ກອງກວດກາປ່າໄມ້ ນະຄອນຫຼວງວຽງຈັນ ຫຼັງລ້ຽງມາໄດ້ສາມປີ ເພື່ອນຳໄປປ່ອຍຄືນສູ່ທໍາມະຊາດ.
ທ້າວ ແອັດ ໃຫ້ຮູ້ວ່າ: ເຫງັນຈໍານວນ 2 ໂຕ ໄດ້ມາຈາກພໍ່ແມ່ປະຊາຊົນທີ່ຢູ່ຕ່າງແຂວງ ປະມານ 3 ປີທີ່ຜ່ານ, ໄດ້ໄປພົບເຫັນ ແລະ ຢ້ານຖືກນໍາໄປເປັນອາຫານຈິ່ງໄດ້ຊຶ້ມາລ້ຽງ ໂດຍໄດ້ເຮັດກົງເຫຼັກຂັງໄວ້ຢູ່ໜ້າຮ້ານ, ຊື້ໝາກໄມ້ມາໃຫ້ກິນ ແລະ ບົວລະບັດຮັກສາເປັນຢ່າງໃດ, ຫຼັງຈາກເຈົ້າໜ້າທີ່ກອງປ່າໄມ້ ໄດ້ແຈ້ງວ່າ ການລ້ຽງສັດຫວງຫ້າມບໍ່ຖືກຕ້ອງຕາມລະບຽບການ ຕົນຈິ່ງມີຄວາມຈິງໃຈ ມອບໃຫ້ເຈົ້າໜ້າທີ່ເພື່ອປ່ອຍຄືນສູ່ທໍາມະຊາດ. ທ່ານ ຖາວອນ ອຸດວົງຄໍາ ຮອງຫົວໜ້າກອງກວດກາປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ມີພົນລະເມືອງດີແຈ້ງ ວ່າພົບເຫັນການລ້ຽງສັດຫວງຫ້າມ ຈິ່ງໄດ້ແຕ່ງຕັ້ງພະນັກງານລົງກວດກາສະຖານທີ່ ໄດ້ພົບເຫັນດັ່ງທີ່ແຈ້ງມາ, ເມື່ອເປັນແນວນີ້ ຈິ່ງໄດ້ລົງຫາຜູ້ຄອບຄອງສັດ ພ້ອມທັງ ເອົາລະບຽບການຕ່າງໆ ລົງເຜີຍແຜ່ໃຫ້ຮັບຮູ້. ຜູ້ກ່ຽວມີຄວາມເຂົ້າໃຈຕໍ່ລະບຽບກົດໝາຍ ມີຄວາມຈິງໃຈ ມອບເຫງັນ ຈໍານວນດັ່ງກ່າວໃຫ້ເຈົ້າໜ້າທີ່ເພື່້ອປ່ອຍຄືນສູ່ທໍາມະຊາດ. ເຫງັນ ຈໍານວນດັ່ງກ່າວ, ເຈົ້່າໜ້າທີ່ຈະນໍາໄປຟື້ນພູ ໃຫ້ສັດຕະວະແພດ ກວດກາສຸຂະພາບ ຕິດຕາມອາການ, ໃນກໍລະນີສັດ ມີຄວາມແຂງແຮງ ສາມາດລ້ຽງຕົນເອງຫາກິນກັບທໍາມະຊາດໄດ້ ແມ່ນຈະປ່ອຍຄືນສູ່ທໍາມະຊາດ, ແຕ່ໃນກໍລະນີ ບໍ່ສາມາດຫາກິນເອງໄດ້ຈະມອບເຂົ້າສູນລ້ຽງຕະຫຼອດຊີບ, ເຊິ່ງເຫງັນ ເປັນສັດຫວງຫ້າມນອນໃນບັນຊີ ເພດ I ຂອງກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ.
ເຂົ້າຮ່ວມໃນພິທີມອບ ມີກົມກວດກາປ່າໄມ້, ພະແນກ, ຫ້ອງການກະສິກໍາ-ປ່າໄມ້ເມືອງ, ບ້ານນາຍໂຊກນ້ອຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນນີ້ ກອງກວດກາປ່າໄມ້ ຍັງໄດ້ມອບໃບກຽດຕິຄຸນ ໃຫ້ແກ່ ທ້າວ ແອັດ ທີ່ຈິງໃຈ ມອບເຫງັນ ໃຫ້ເຈົ້າໜ້າທີ່.
ທີ່ມາ: ຄວາມສະຫງົບ